速報APP / 教育 / Sabaidee English

Sabaidee English

價格:免費

更新日期:2019-04-12

檔案大小:8.7M

目前版本:3.0

版本需求:Android 4.2 以上版本

官方網站:http://laos-apps.com/

Email:sabaideeapp@gmail.com

聯絡地址:隱私權政策

Sabaidee English(圖1)-速報App

"Sabaidee English": ເຄື່ອງມືໃນການຮຽນພາສາອັງກິດ ສຳລັບນັກສຶກສາ, ອາຈານ ແລະ ຄູຝຶກກ ໃນຂະແໜງການທ່ອງທ່ຽວ ແລະ ການໂຮງແຮມ, ບຸກຄົນທີ່ຮັດວຽກ ໃນອຸດສາຫະກຳທ່ອງທ່ຽວ ແລະ ໂຮງແຮມໃນລາວ ແລະ ຄົນລາວຜູ້ທີ່ມີຄວາມສົນໃຈ ຢາກຍົກລະດັບທັກສະທາງດ້ານພາສາອັງກິດ. ນຳໃຊ້ຄຳສັບ ແລະ ສຳນວນຄຳເວົ້າ ທີ່ໃຊ້ທົ່ວໄປ ໃນອຸດສະຫະກໍາທ່ອງທ່ຽວ ແລະ ໂຮງແຮມ, ແອັບພຼິເຄຊັ້ນຖືກອອກແບບມາ ເພື່ອພັດທະນາ ຖານຄຳສັບຂອງທ່ານ ແລະ ພັດທະນາ ທັກສະການສື່ສານຂອງທ່ານ ດ້ວຍຕົວຂອງທ່ານເອງເທື່ອລະກ້າວ. ແອັບພຼິເຄຊັ້ນ ສ້າງຂື້ນໃນຮູບແບບອ໋ອຟລາຍ ເພື່ອການໃຊ້ງານໃນທຸກສະຖານທີ່.

ຄຸນລັກສະນະຂອງແອັບພຼິເຄຊັ້ນປະກອບມີ:

Sabaidee English(圖2)-速報App

ບົດຮຽນ: ຮຽນຮູ້ພື້ນຖານໄວຍະກອນຂອງພາສາອັງກິດ ຈາກກິດຈະກຳທີ່ຫຼາກຫຼາຍ ແລະ ຈາກບົດເຝິກຫັດ ແບບຕອບໂຕ້ ທີ່ແບ່ງອອກເປັນ 40 ບົດຮຽນ ກວມເອົາ 8 ຫົວບົດ. ແຕ່ລະຫົວບົດບົດ ປະກອບມີພື້ນຖານໄວຍະກອນ ຂອງພາສາອັງກິດ ທີ່ເຮັດໃຫ້ຜູ້ນຳໃຊ້ ໄດ້ຮຽນຮູ້ຄຳສັບທີ່ສຳຄັນ ຈາກການທ່ອງທ່ຽວ ແລະ ການໂຮງແຮມ. ກິດຈະກຳປະກອບມີ ‘ການຈັບຄູ່’, ‘ຈັບຄູ່ຄຳສັບກັບຮູບພາບ’, ‘ແປປະໂຫຍກ’, ‘ຟັງ ແລະ ເວົ້າຕາມ’ ແລະ ‘ຟັງ ແລະ ສ້າງປະໂຫຍກ’.

ການວັດລະດັບ ແຕ່ລະຫົວບົດ: ທົດສອບຄວາມຮູ້ທີ່ທ່ານໄດ້ຮຽນມາ ຜ່ານການວັດລະດັບແບບຕອບໂຕ້. ທ່ານຈຳເປັນທີ່ຈະຕ້ອງຜ່ານການວັດລະດັບແຕ່ລະຫົວບົດ ເພື່ອປົດລ໋ອກລະດັບຕໍ່ໄປ.

Sabaidee English(圖3)-速報App

ຊັບພະຍາກອນ: ຮຽນຮູ້ຄຳສັບສະເພາະ ແລະ ປະໂຫຍກທີ່ໃຊ້ທົ່ວໄປ ໃນຂະແໜງການທ່ອງທ່ຽວ ແລະ ການໂຮງແຮມ ເຊັ່ນ: ໃນໂຮງແຮມ, ຮ້ານອາຫານ ແລະ ຮ້ານກິນດື່ມ ໂດຍຟັງການອອກສຽງຈາກເຈົ້າຂອງພາສາ.

ບັນທຶກປະໂຫຍກຂອງທ່ານເອງ: ເພີ່ມເຂົ້າໄປ ໃນຊັບພະຍາກອນ ດ້ວຍການບັນທຶກສຽງຂອງທ່ານເອງ.

Sabaidee English(圖4)-速報App

ປັບແຕ່ງຊັບພະຍາກອນຂອງທ່ານເອງ: ເລືອກຄຳສັບ ແລະປະໂຫຍກ ທີ່ເປັນປະໂຫຍດທີ່ສຸດຂອງທ່ານ ແລະ ເກັບໄວ້ໃນຫໍສະໝຸດສິ່ງທີ່ມັກຂອງທ່ານ ດັ່ງນັ້ນທ່ານສາມາດກັບໄປໄດ້ທຸກເມື່ອ ແລະ ທັງໃນຍາມທີ່ຈຳເປັນ.

ບັດຄຳສັບ: ທົດສອບຄວາມຈຳ ຂອງທ່ານດ້ວຍຊຸດບັດຄຳສັບ ທີ່ຢູ່ໃນກັບຊັບພະຍາກອນ. ທ່ານສາມາດເລືອກຮຽນ ໃນຮູບແບບພາສາລາວ - ອັງກິດ ຫຼື ຮູບແບບອັງກິດ - ລາວ.

Sabaidee English(圖5)-速報App

ສ້າງຂື້ນໃນນາມ ໂຄງການ ລາວ/029 - ທັກສະສຳລັບວຽກງານການທ່ອງທ່ຽວ ອຸປະທຳໂດຍ ລັດຖະບານລາວ, ລັດຖະບານສະວິດສະແລນ ແລະ ລັດຖະບານ ແຫ່ງລາດຊະອານາຈັກລຸກຊຳບວກ.